ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກປທ ​ເປີດ​ຊຸດເຝິກອົບຮົມໄລຍະສັ້ນວຽກງານໂຄສະນາ-ປາຖະກະຖາທົ່ວກອງທັບຄັ້ງທີ II


ສະຫາຍ ພົນຕີ ສອນທອງ ພົມລາວົງກຳມະການຄະນະປະຈຳພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ພິທີເປີດຊຸດເຝິກອົບຮົມໄລຍະສັ້ນວຽກງານໂຄສະນາ-ປາຖະກະຖາ ທົ່ວກອງທັບ ຄັ້ງທີ II ໄດ້ຈັດຂຶ້ນໃນ ວັນທີ 11 ກັນຍາ 2023 ນີ້, ຢູ່ທີ່
ໂຮງຮຽນທິດສະດີການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງ,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກ-ຄະນະອຳນວຍການໂຮງຮຽນທິດສະດີການເມືອງ ກອງທັບ, ກົມໂຄສະນາອົມຮົມ ກົມ
ໃຫຍ່ການເມືອງ ກອງທັບ, ກົມຈັດຕັ້ງພັກ, ກົມພະນັກງານ, ຫ້ອງການກົມໃຫຍ່, ຫ້ອງການເມືອງ, ຫ້ອງການບໍລິຫານ, ຄູ-ອາຈານ ແລະ ພະ
ນັກງານເຝິກອົບຮົມເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ຫົວໜ້າ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານແຜນການ ແລະ ຂໍ້ຕົກ
ລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ຈັດຕັ້ງເຝິກອົບຮົມໄລຍະສັ້ນວຽກ
ງານໂຄສະນາ-ປາຖະກະຖາທົ່ວກອງທັບ ຄັ້ງທີ II ຊຸດທີ 2 ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີການເມືອງ, ທັກສະ
ໃນການ ໂຄສະນາ-ປາຖະກະຖາ ໂດຍສະເພາະແມ່ນຜູ້ທີ່ເຮັດວຽກງານພັກ-ວຽກງານການເມືອງເວົ້າລວມ, ເວົ້າສະເພາະ, ແມ່ນນັກໂຄສະນາ-ປາຖະ
ກະຖາຢູ່ ບັນດາກຳລັງຫຼວງ-ກຳລັງທ້ອງຖິ່ນ ຮູ້ໝູນໃຊ້ທິດສະດີ ແລະ ພຶດຕິກຳເຂົ້າໃນ ວຽກງານຕົວຈິງໃນໄລຍະຜ່ານມາຖອນຖອດເປັນບົດຮຽນ ແລະ
ຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຢູ່ ກົມກອງໃຫ້ແທດເໝາະກັບໜ້າທີ່ການເມືອງໃນໄລຍະໃໝ່ ແລະ ເພື່ອເປັນການຍູ້ຂະບວນການຕ່າງໆ
ປະກອບສ່ວນເຂົ້າໃນການກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ຍົກສູງສະຕິລະວັງຕົວໃຫ້ພະ
ນັກງານສະມາຊິກພັກ-ນັກຮົບ ຕໍ່ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງອິດທິກຳລັງປໍ ລະປັກ, ຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນ ກົມກອງ
ແລະ ສັງຄົມໃຫ້ທັນເວລາ.

     ຖືເອົາໂອກາດນີ້, ສ້າງໃຫ້ໄດ້ນັກປາຖະກະຖາຢູ່ບັນດາກົມກອງ ເພື່ອເຄື່ອນໄຫວໂຄສະນາ-ປາຖະກະຖາບັນດາມູນເຊື້ອຕ່າງໆ ຂອງຊາດ, ຂອງພັກ,
ໂດຍສະເພາະແມ່ນມູນເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ເຂັ້ມແຂງ ຂອງກອງທັບ ປະຊາຊົນລາວ ຕະຫຼອດໄລຍະ 75 ປີ, ພ້ອມກັນນັ້ນກໍເປັນສ່ວນໜຶ່ງ
ໃນການໂຄສະນາເຜີຍແຜ່-ແນະນຳການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ປະຕິບັດ 4 ໜ້າທີ່ ໃຫຍ່ 26 ແຜນ ງານຂອງ
ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກໃຫ້ປະກົດຜົນເປັນຈິງ. ເຊິ່ງຊຸດເຝິກອົບຮົມໃນຄັ້ງນີ້, ຈະ ດຳເນີນໄປເປັນເວລາ 14 ວັນຈຶ່ງຈະ ສຳເລັດ.

     ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍໄດ້ມີຄຳເຫັນໂອ້ລົມຫຼາຍບັນຫານສຳຄັນພ້ອມທັງ ເນັ້ນ ໃຫ້ຄະນະ ພັກ-ຄະນະ ອຳນວຍການ
ໂຮງຮຽນ, ຄະນະຮັບຜິດຊອບ ແລະ ພະນັກງານຄູ-ອາຈານຕະຫຼອດຮອດນັກ ເຝິກອົບຮົມເອົາໃຈໃສ່ຕິດຕາມການຮ່ຳຮຽນ, ການກິນຢູ່ ແລະ ການ
ໄປມາຂອງນັກເຝິກອົບຮົມຢ່າງ ໃກ້ຊິດຕິດແທດ, ພ້ອມກັນ, ປະຕິບັດຕາມຂໍ້ກຳນົດ, ກົດລະບຽບຂອງໂຮງຮຽນວາງອອກ ຢ່າງເຂັ້ມງວດ ເພື່ອເຮັດ
ໃຫ້ການເຝິກອົບຮົມໃນຄັ້ງນີ້ ສຳເລັດຕາມແຜນການ ແລະ ມີຄວາມສະຫງົບປອດໄພ 100%.

ແຫຼ່ງຂ່າວໂດຍ ຂປລ
ວັນທີ 12/09/2023